ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບເປີດບັ້ນດໍາເນີນຊີວິດການເມືອງ


     ໃນວັນທີ 9 ພະຈິກ 2023 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງເປີດບັ້ນດໍາເນີນຊີວິດການເມືອງ ຂື້ນທົ່ວກົມໃຫຍ່ພະລາທິ
ການກອງທັບ ( ຊຸດທີ 1 ) ​ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20
ມັງກອນ 2024) ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ
ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ພະນັກງານຫຼັກແຫຼ່ງນັບແຕ່ຂັ້ນ, ຊັ້ນພັນຕີ ຂື້ນ
ໄປຢູ່ພາຍໃນກົມໃຫຍ່ພະລາທິການ ແລະ ກົມຮາກຖານທີ່ຂື້ນກັບເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ
ໄດ້ມີຄໍາເຫັນຕໍ່ພິທີກ່າວເປີດບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ວ່າ: ການຈັດຕັ້ງດຳເນີນຊີວິດການເມືອງ ໃນໂອກາດຂໍ່ານັບຮັບຕ້ອນວັນສ້າງ
ຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີແມ່ນນອນຢູ່ໃນທ່າມກາງບັນຍາກາດທີ່ພັກ-ລັດທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ
ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍທີ XI ຂອງພັກ, ມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງ
ຄະນະພັກກະຊວງປ້ອງກັນປະເທດ. ເວົ້າລວມ, ເວົ້າສະເພາະ ແມ່ນມະຕິກອງປະຊຸມໃຫ່ຍຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ພະລາທິ
ການກອງທັບ ໃຫ້ເຂົ້າສູ່ລວງເລິກຊີວິດຕົວຈິງຂອງວຽກງານວິຊາສະເພາະກົມກອງ, ເຊິ່ງຈຸດປະສົງ, ຄາດໝາຍ ເພື່ອເຮັດໃຫ້ສະມາຊິກພັກ
ພະນັກງານ-ນັກຮົບ ທົ່ວກົມໃຫຍ່ພະລາທິການກອງທັບໄດ້ເຊື່ອມຊຶມ, ກຳແໜ້ນບັນດາເນື້ອໃນເອກະສານທີ່ເປັນມູນເຊື້ອອັນສະຫງ່າງາມ,
ຜົນງານໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບເຮົາຕະຫຼອດໄລຍະ 75 ປີຜ່ານມາ, ພາຍໃຕ້ການນຳພາຂອງ
ພັກ, ທັງເປັນການສຳຫຼວດກວດກາຄືນສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງນາຍ ແລະ ພົນທະຫານ ໃນການຝຶກຝົນຫຼໍ່ຫຼອມຕົນ
ເອງທາງດ້ານຄຸນສົມບັດ ສິນທຳປະຕິວັດ, ແບບແຜນດຳລົງຊີວິດ ແລະ ແບບແຜນວິທີເຮັດວຽກໃນຂັ້ນຕ່າງໆຕະຫຼອດໄລຍະ 5 ປີຜ່ານມາ,
ການເປີດບັ້ນດໍາເນີນຊີວິດການເມືອງ ທົ່ວກົມໃຫຍ່ພະລາທິການກອງທັບ, ຈື່ງມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພາະມັນແມ່ນຄວາມຈຳເປັນ
ພາວະວິໃສ ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອເຊີດຊູຄວາມຮັບຜິດຊອບຂອງຄະນະພັກ-ຄະນະບັນຊາ ໃນແຕ່ລະຂັ້ນ, ກໍ່ຄື
ສະມາຊິກພັກພະນັກງານ-ນັກຮົບ ຢູ່ໃນຖັນແຖວຂອງກອງທັບ.

     ເວົ້າລວມ, ເວົ້າສະເພາະກໍຄືເຫຼົ່າຮົບພະລາທິການກອງທັບຂອງພວກເຮົາ ແລະ ເຮັດໃຫ້ພະນັກງານຫຼັກແຫຼ່ງຂັ້ນນຳພາ-ບັນຊາແຕ່ລະຂັ້ນ
ມີທິດຫັນປ່ຽນຢ່າງຕັ້ງໜ້າ. ເອກະສານທີ່ນໍາມາດຳເນີນຊີວິດການເມືອງ ໃນຄັ້ງນີ້, ລວມມີເອກະສານ ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອ
ປະຕິວັດອັນສະຫງ່າງາມຂອງກອງທັບປະຊາຊົນລາວ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນສົມບັດ ສິນທໍາປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກ
ຂອງພະນັກງານ-ນັກຮົບໃນໄລຍະໃໝ່ ແລະ ເອກະສານສຶກສາອົບຮົມກ່ຽວກັບມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.
ການດໍາເນີນຊິວິດການເມືອງ ຢູ່ກົມໃຫຍ່ພະລາທິການກອງທັບ ຊຸດທີ 1 ແມ່ນຈະດໍາເນີນໄປເປັນເວລາ 2 ວັນ ຈື່ງຈະສໍາເລັດ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 13/11/2023